
ເຮົາຮູ້ກັນໂດຍທົ່ວໄປແລ້ວວ່າ ວິຕາມີນຊີມີປະໂຫຍດຫຼາຍຢ່າງ ບໍ່ວ່າຈະຊ່ວຍປົກປ້ອງເຊວເສີມສ້າງພູມຄຸ້ມກັນສຸຂະພາບ ແລະ ຄວາມແຂງແຮງຂອງເນື້ອເຍື້ອໃນຮ່າງກາຍທີ່ກ່ຽວຂ້ອງກັບ ເສັ້ນເອັນ ແລະ ຄໍລາເຈນ ກໍມີຜົນມາຈາກປະລິມານ ວິຕາມີນຊີ ໃນຮ່າງກາຍ ແລະ ວິຕາມີນຊີ ຍັງມີສິດທິໃນການເປັນສານແອນຕີອອກຊີແດນທີ່ດີ ຈີ່ງສາມາດປ້ອງກັນການທໍາລາຍເຊວອານຸມູນອີດສາລະໄດ້ເປັັນຢ່າງດີ ແລະ ຊ່ວຍໃຫ້ຮ່າງກາຍສາມາດລີໄຊເຄີລສານຕ້ານອານຸມູນອິດສະຫຼະຕົວອື່ນ. ດັ່ງນັ້ນເພື່ອປະໂຫຍດສູງສຸດຈີ່ງຄວນທີ່ຈະຮັບປະທານ ວິຕາມີນຊີຮ່ວມກັບສານຕ້ານອານຸມູນອິດສະຫຼະຊະນີດອື່ນໆເຊັ່ນ: ວິຕາມີນອີ, ແຄໂຣທີນ…
ຄຸນປະໂຫຍດວິຕາມີໃນຊີ
ວີຕາມີນຊີເປັນສານຕ້ານອານຸມູນອີດສະຫຼະ ຊ່ວຍປ້ອງກັນເຊວ ຊ່ວຍປ້ອງກັນໂລກກ່ຽວກັບດວງຕາເຊັ່ນ: ຕໍຫີນ, ຕໍກະຈົກ, ຕາບອດສຽບພັນ.
ຊ່ວຍປ້ອງກັນໂລກຕໍ້ກະຈົກ ເນື່ອງຈາກວິຕາມີນຊີ ສາມາດຊ່ວຍປົກປ້ອງເລນຕາຈາກອັນຕະລາຍຕ່າງໆເຊັ່ນ: ຄວັນຢາສູບ, ແສງອຸຕ້າໄວໂອເລດ ທີ່ເປັນສີ່ງກະຕຸ້ນໃຫ້ເກີດໂລກຕໍ້ກະຈົກ ມີການສືກສາອັນໜື່ງພົບວ່າຜູ້ຍີງທີ່ຮັບປະທານວິຕາມີນຊີມາຢ່າງໜ້ອຍ 10 ປີພົບວ່າມີຄວາມສ່ຽງທີ່ຈະມີອາການເລນຕາຂຸ້ນມົວຊືງເປັນອາການເລີ່ມແລກເປັນຕໍ້ກະຈົກຫຼຸດເຖີງ77%
ຊ່ວຍບັນເທົາຄວາມຮຸ່ນແຮງ ແລະ ໄລຍະເວລາຂອງການເປັນຫວັດ ຫາກເລີ່ມຮັບປະທານ ວິຕາມີນຊີ ຕັ້ງແຕ່ແລກເລີ່ມ ຈະຊ່ວຍໃຫ້ຄວາມຮຸ່ນແຮງ ແລະ ຫາຍດີໄດ້ໄວຂື້ນ
ຊ່ວຍໃຫ້ບາດແຜຫາຍໄວຂື້ນ ເນື່ອງຈາກວິຕາມີນຊີ ຊ່ວຍໃຫ້ຮ່າງກາຍຊ້ອມແຊມ ແລະ ຮັກສາຕົວເອງໂດຍການໄປເສີມສ້າງພື້ນຜີວ ເຮັດໃຫ້ເສັ້ນເລືອດຝອຍແຂງແຮງ ແລະ ຕໍ່ຕ້ານການອັກເສບ.
ຊ່ວຍເພີ່ມຄວາມຕໍ່ຕ້ານໂລກຫົວໃຈ ໂດຍການໄປເພີ່ມປະສີດທິພາບໃນການຄວບຄຸ້ມລະດັບ ຄໍເຣດຕໍຣໍ ໃນຮ່າງກາຍ.
ເນື່ອງຈາກວິຕາມີຊີ ເປັນສານຕ້ານອານຸມູນອີດສະຫຼະທີ່ດີຈີ່ງຈະຊ່ວຍໃນການປ້ອງກັນ ແລະ ຕໍ່ສູ້ກັບໂລກມະເຣັງ ໄດ້ມີການສືກສາຫຼາຍໃນເລື່ອງນີ້ແຕ່ກໍຍັງບໍ່ໄດ້ຂໍ້ມູນທີຊັດເຈນ.
ບັນເທົາອາການແພ້ ຫອບຫືດໄຊ້ນັສ ທັ້ງນີ້ເນື່ອງຈາກໂລກທໍາມະຊາດແລ້ວ ວິຕາມີນຊີ ມີຄຸນສົມບັດເປັນສານຕໍ່ຕ້ານພູມແພ້ຕ່າງໆ.